Promoted Posts
ຫວຽດນາມ ແຈກເງິນໃຫ້ປະຊາຊົນທົ່ວປະເທດ, ຄົນລະ 1 ແສນດົງ ລວມງົບທັງໝົດມະຫາສານ!

ລັດຖະບານຫວຽດນາມແຈ້ງໃຫ້ພາກສ່ວນກ່ຽວຂ້ອງເຊັ່ນ: ກະຊວງການເງິນ, ທະນາຄານກາງ, ອົງການປົກຄອງຂັ້ນຕ່າງໆໃຫ້ຮ່ວມກັນເຮັດວຽກເພື່ອຄວາມວ່ອງໄວ ແລະ ຊັດເຈນ ໃນການແຈກເງິນປະຊາຊົນ ຄົນລະ 100,000 ດົງ, ເນື່ອງໃນວັນສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ, ໂດຍປະກາດຂຶ້ນໃນວັນທີ 28/08/2025 ທີ່ຜ່ານມາ.

ເຊິ່ງຈະເລີ່ມປະຕິບັດແຈກເງິນຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ຈະໃຫ້ປະຊາຊົນໄດ້ຄົບທຸກຄົນ ບໍ່ໃຫ້ກາຍວັນທີ 15 ກັນຍາ 2025.

ຮູບແບບການແຈກ ເເມ່ນເປັນ ເງິນສົດ ແລະ ເງິນໂອນເຂົ້າທະນາຄານ ຕາມເງື່ອນໄຂຂອງແຕ່ລະຄົນ.

ເຖິງວ່າເງິນຈຳນວນນີ້ຈະບໍ່ຫຼາຍ ແຕ່ຖ້າລວມໝົດປະເທດແມ່ນນັບວ່າມະຫາສານ ແລະ ກໍເປັນນໍ້າໃຈທີ່ທາງລັດຖະບານມອບໃຫ້ປະຊາຊົນຫວຽດນາມທຸກຄົນ

ຊົມເຊີຍວັນຊາດຫວຽດນາມ 2 ກັນຍາ ທີ່ຈະມາຮອດນີ້!
🇻🇳ຫວຽດນາມ ແຈກເງິນໃຫ້ປະຊາຊົນທົ່ວປະເທດ, ຄົນລະ 1 ແສນດົງ ‼️ ລວມງົບທັງໝົດມະຫາສານ! ລັດຖະບານຫວຽດນາມແຈ້ງໃຫ້ພາກສ່ວນກ່ຽວຂ້ອງເຊັ່ນ: ກະຊວງການເງິນ, ທະນາຄານກາງ, ອົງການປົກຄອງຂັ້ນຕ່າງໆໃຫ້ຮ່ວມກັນເຮັດວຽກເພື່ອຄວາມວ່ອງໄວ ແລະ ຊັດເຈນ ໃນການແຈກເງິນປະຊາຊົນ ຄົນລະ 100,000 ດົງ, ເນື່ອງໃນວັນສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ, ໂດຍປະກາດຂຶ້ນໃນວັນທີ 28/08/2025 ທີ່ຜ່ານມາ. ເຊິ່ງຈະເລີ່ມປະຕິບັດແຈກເງິນຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ຈະໃຫ້ປະຊາຊົນໄດ້ຄົບທຸກຄົນ ບໍ່ໃຫ້ກາຍວັນທີ 15 ກັນຍາ 2025. 📌ຮູບແບບການແຈກ ເເມ່ນເປັນ ເງິນສົດ ແລະ ເງິນໂອນເຂົ້າທະນາຄານ ຕາມເງື່ອນໄຂຂອງແຕ່ລະຄົນ. ເຖິງວ່າເງິນຈຳນວນນີ້ຈະບໍ່ຫຼາຍ ແຕ່ຖ້າລວມໝົດປະເທດແມ່ນນັບວ່າມະຫາສານ ແລະ ກໍເປັນນໍ້າໃຈທີ່ທາງລັດຖະບານມອບໃຫ້ປະຊາຊົນຫວຽດນາມທຸກຄົນ🇻🇳 👏👏👏ຊົມເຊີຍວັນຊາດຫວຽດນາມ 2 ກັນຍາ ທີ່ຈະມາຮອດນີ້!
ไลค์
รัก
ยิ้ม
21
13 ความคิดเห็น 0 แชร์ 266 ยอดวิว 0 รีวิว
Recent Updates
Kuwait
    No data to show